ສປ ຈີນ-ສສ ຫວຽດນາມ ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການແປ-ພິມຈຳໜ່າຍ
ວິທະຍຸສາກົນແຫ່ງ ສປ ຈີນ, ລາຍງານເມື່ອບໍ່ດົນມານີ້, ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ຄະນະໂຄສະ
ນາອົບຮົມສູນກາງພັກກອມມູນິດຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບ ການແປ ແລະ ພິມຈຳໜ່າຍຜົນງານອະມະຕະ
ເຊິ່ງກັນ ແລະ ກັນ. ໃນໄລຍະ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກກອມມູນິດຈີນ, ປະທານປະເທດ
ຈີນ ຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ແລະ ພົບປະກັບ ທ່ານ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນ
ກາງພັກກອມມູນິດຫວຽດນາມ.
ຈາກນັ້ນ ເລຂາທິການໃຫຍ່ທັງສອງປະເທດໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານການຮ່ວມມືສອງຝ່າຍ,
ລວມທັງ “ບົດ ບັນທຶກຊ່ວຍຈຳລະຫວ່າງຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ຄະນະໂຄສະນາອົບຮົມສູນກາງ
ພັກກອມມູນິດຫວຽດນາມ ກ່ຽວກັບການແປ ແລະ ພິມຈຳໜ່າຍຜົນງານອະມະຕະເຊິ່ງກັນ ແລະກັນ”.
ໃນບົດບັນທຶກສະບັບດັ່ງກ່າວ, ໃນໄລຍະ 5 ປີ ຕໍ່ໜ້າ, ສປ ຈີນ ແລະ ສສ ຫວຽດນາມ ຈະຮ່ວມກັນແປ ແລະ ພິມຈຳໜ່າຍ
ຜົນງານອະມະຕະ 30 ເລື່ອງຂອງສອງປະເທດ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານອະລິຍະທຳເຊິ່ງກັນ ແລະ
ກັນດ້ວຍການແປຜົນງານດີເດັ່ນຫຼາຍກວ່າເກົ່າ, ປະກອບສ່ວນພະລັງແຮງດ້ານວັດທະນະທຳເຂົ້າໃນການສ້າງປະຊາຄົມຮ່ວມຊະຕາ
ກຳ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2023